ສະມາຄົມມິດຕະພາບ ລາວ-ກູບາ ໄດ້ຈັດພິທີ ລະນຶກເຖິງ ທ່ານ ໂຮເຊ ມາກຕີ, ວິລະຊົນແຫ່ງຊາດກູບາ ເນື່ອງໃນໂອກາດວັນຄ້າຍວັນເກີດ ຂອງ ທ່ານ ໂຮເຊ ມາກຕີ ຄົບຮອບ 171 ປີ (28/01/1853 – 28/01/2024)
ເຜີຍແຜ່ໂດຍ: editor ເວລາ: 30/01/2024 10:39:54 ຈຳນວນຢ້ຽມຊົມ 1117 ຄັ້ງ ໃນຕອນເຊົ້າວັນທີ 26 ມັງກອນ 2024, ສະມາຄົມມິດຕະພາບ ລາວ-ກູບາ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສ.ກູບາ ປະຈໍາ ສປປ ລາວ ໄດ້ຈັດພິທີວາງກະຕ່າດອກໄມ້ ເພື່ອລະນຶກເຖິງ ທ່ານ ໂຮເຊ ມາກຕີ, ວິລະຊົນແຫ່ງຊາດກູບາ ເນື່ອງໃນໂອກາດວັນຄ້າຍວັນເກີດ ຂອງ ທ່ານ ໂຮເຊ ມາກຕີ ຄົບຮອບ 171 ປີ (28/01/1853 – 28/01/2024) ທີ່ໂຮງຮຽນ ມສ ດົງບັງມິດຕະພາບ ລາວ-ກູບາ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.
ໃຫ້ກຽດເຂົ້າຮ່ວມໃນພິທີມີ: ທ່ານ ສຈ.ປອ ຈະເລີນ ເຍ່ຍປາວເຮີ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ-ກູບາ, ແລະ ທ່ານ ນາງ ແອນນາ ເອັດເຕ ວຽງ ວາເດສ (Enna Esther Viant Valdes) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ກູບາ ປະຈໍາ ສປປ ລາວ. ນອກຈາກນັ້ນຍັງມີບັນດາ ທ່ານ ຄະນະບໍລິຫານງານສະມາຄົມມິດຕະພາບລາວ - ກູບາ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ຜູ້ຕາງໜ້າຈາກອົງການປົກຄອງເມືອງໄຊທານີ, ອະດີດນັກສຶກສາລາວຈົບຈາກ ກູບາ, ຄູອາຈານ, ນັກຮຽນຈາກໜ່ວຍງານວິຊາພາສາແອັສປາຍ, ມະຫາວິທະຍາໄລແຫ່ງຊາດ, ໂຮງຮຽນ ມສ. ດົງບັງ ມິດຕະພາບ ລາວ-ກູບາ ແລະ ອຳນາດການປົກຄອງບ້ານດົງບັງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ກໍໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ.
ການຈັດພິທີຄັ້ງນີ້ ສະແດງເຖິງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນອັນໃຫ່ຍຫຼວງຕໍ່ ທ່ານ ໂຮເຊ ມາກຕີ, ຜູ້ທີ່ໄດ້ເສຍສະຫຼະເພື່ອການປະຕິວັດຂອງກູບາ, ທັງເປັນການສະແດງເຖິງການຮັດແໜັນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມລະຫວ່າງ 2 ພັກ, 2 ລັດ, ປະຊາຊົນ 2 ຊາດລາວ ແລະ ກູບາ ໃຫ້ນັບມື້ມີບາດກ້າວໃໝ່ ແລະ ເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ກູບາ ຄົບຮອບ 50 ປີ ພ້ອມທັງເຮັດໃຫ້ນັກຮຽນນັກສຶກສາ, ປະຊາຊົນລາວຮັບຮູ້ ແລະ ເຂົ້າໃຈເຖິງປະຫວັດສາດແຫ່ງການຕໍ່ສູ້ປະຕິວັດອັນກ້າແກ່ນເປັນຈິດໜຶ່ງໃຈດຽວຂອງປະຊາຊົນກູບາ ແລະ ໝາກຜົນຂອງສາຍພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອ ອັນດີງາມ ລະຫວ່າງ ລາວ-ກູບາ ແລະ ທັງເປັນໂອກາດຮຽນຮູ້ກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງ ທ່ານ ໂຮເຊ ມາກຕີ, ວິລະຊົນແຫ່ງຊາດກູບາ.
02/10/2026 16:00:44
01/10/2026 09:10:34
01/10/2026 09:07:53
01/10/2026 09:01:18
28/09/2026 16:39:19
22/09/2026 12:08:43
10/09/2026 08:28:02
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
30/07/2025 16:01:28
21/08/2025 18:05:43
15/10/2025 13:46:29
29/07/2022 15:17:46



