ພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 78 ປີ (10/10/1945 – 10/10/2023)
ເຜີຍແຜ່ໂດຍ: editor ເວລາ: 18/01/2024 14:11:57 ຈຳນວນຢ້ຽມຊົມ 1125 ຄັ້ງ ວັນທີ 06 ຕຸລາ 2023 ທີ່ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນປະເທດ ແລະ ສະມາຄົມມິດຕະພາບ ລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 78 ປີ (10/10/1945 – 10/10/2023). ໃຫ້ກຽດເຂົ້າຮ່ວມພິທີດັ່ງກ່າວ ມີ ສະຫາຍ ນາງ ວິລະວອນ ພັນທະວົງ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະມາຄົມມິດຕະພາບ ລາວ - ສປປ ເກົາຫຼີ; ສະຫາຍ ວາລະໄຊ ເລັ່ງສະຫວັດ, ຮອງຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ, ສະຫາຍ ລີ ຢົງ ຊົນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ; ພົນຕີ ສາຍໃຈ ກົມມະສິດ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ; ນອກນັ້ນ, ຍັງມີ ການນໍາ, ນາຍພົນທະຫານ ແລະ ພະນັກງານຫຼັກແຫຼ່ງຂອງກະຊວງປ້ອງກັນປະເທດ ແລະ ຜູ້ເຂົ້າຮ່ວມຈາກພາກສ່ວນກ່ຽວຂ້ອງທັງ ສປປ ເກົາຫຼີ ແລະ ລາວ ຈໍານວນ 300 ກວ່າຄົນ. ສະຫາຍ ລີ ຢົງ ຊົນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໃຫ້ກຽດຂຶ້ນເລົ່າມູນເຊື້ອເຊິ່ງໄດ້ຍົກໃຫ້ເຫັນເຖິງບົດບາດການນໍາພາຂອງພັກແຮງງານເກົາຫຼີ ໃນໄລຍະຕໍ່ສູ້ກູ້ຊາດອັນມີສະຫາຍ ກິມອິນຊຸງ, ສະຫາຍ ກິມເຈິງອິນ ຜູ້ນໍາທີ່ຍິ່ງໃຫຍ່ ແລະ ສະຫາຍ ກິມ ເຈິງອຸນ, ຜູ້ນໍາທີ່ເຄົາລົບຮັກ, ເລຂາທິ ການໃຫຍ່ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດແຫ່ງ ສປປ ເກົາຫຼີ, ຜູ້ບັນຊາການສູງສຸດກໍາລັງປະກອບອາວຸດແຫ່ງ ສປປ ເກົາຫຼີ ຜູ້ສືບທອດພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຮັດໃຫ້ ສປປ ເກົາຫຼີ ມີສະຖຽນລະພາບໜັກແໜ້ນ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບມີຄວາມເຂັ້ມແຂງ ແລະ ທັນສະໄໝ, ເສດຖະກິດມີການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນ ສປປ ເກົາຫຼີໄດ້ຮັບການປັບປຸງດີຂືຶ້ນເລື້ອຍໆ. ພ້ອມດຽວກັນນີ້ ຍັງໄດ້ຕີລາຄາສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດລາວ ແລະ ສປປ ເກົາຫຼີ ຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງ, ປະກອບສ່ວນເຂົ້າໃນພະລາກິດເສີມສ້າງສັນຕິພາບ, ມິດຕະ ພາບ ແລະ ການຮ່ວມມືໃນຂົງເຂດ ແລະ ໃນໂລກ. ນອກຈາກຮັບຟັງປາຖະກະຖາ ຜູ້ເຂົ້າຮ່ວມຍັງໄດ້ຊົມການວາງສະແດງຮູບພາບ, ສາຍວີດີໂອ, ສະແດງສິລະປະຂອງ ສປປ ເກົາຫຼີ ແລະ ສິລະປະກອນກອງທັບປະຊາຊົນລາວ ເຮັດໃຫ້ພິທີມີເນື້ອໃນເລິກເຊິ່ງ ແລະ ມີບັນຍາກາດຄຶກຄື້ນ.
ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 81 ປີ (10/10/1945-10/10/2026)
02/10/2026 16:00:44
ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ສົ່ງໂທລະເລກອວຍພອນ ເຖິງ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ.
01/10/2026 09:10:34
ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສົ່ງໂທລະເລກອວຍພອນ ເຖິງຄະນະກໍາມະການສູນກາງພັກກອມມູນິດຈີນ
01/10/2026 09:07:53
ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສົ່ງໂທລະເລກອວຍພອນ ເຖິງຄະນະກໍາມະການສູນກາງພັກກອມມູນິດຈີນ.
01/10/2026 09:01:18
ສະຫາຍ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ແມັງ ເກືອງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ.
28/09/2026 16:39:19
ຄະນະຜູ້ແທນຂັ້ນສູງ ພັກກອມມູນິດເບລາຣຸດຊີ ມາຢ້ຽມຢາມ ສປປ ລາວ
22/09/2026 12:08:43
ພິທີປາຖະກະຖາ ວັນສະຖາປະນາ ສປປ ເກົາຫຼີ
10/09/2026 08:28:02
ຄະນະຜູ້ແທນສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະເທດ, ສປ ຈີນ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
10/04/2025 15:37:41
ຄະນະຜູ້ແທນສະມາຄົມແລກປ່ຽນສາກົນແຫ່ງ ສປ ຈີນ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ
10/04/2025 15:18:32
ພິທີປາຖະກະຖາ ວັນຄ້າຍວັນເກີດ ປະທານ ກິມ ອິນ ຊຸງ ຄົບຮອບ 113 ປີ
23/04/2025 13:17:35
ຄະນະຜູ້ແທນຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ເຂົ້າຮ່ວມກອງປະຊຸມ ແລກປ່ຽນ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນ ດ້ານອະລິຍະທໍາ ຄັ້ງທີ IV ແລະ ຢ້ຽມຢາມ ຢູ່ ສປ ຈີນ.
03/06/2025 14:03:36
ການທອດຖວາຍຜ້າປ່າສາມັກຄີ ທີ່ ວັດສີນວນ, ຈັງຫວັດຂອນແກ່ນ, ຣາຊະອານາຈັກໄທ
27/05/2025 15:03:03
ຄະນະຜູ້ແທນສະມາຄົມມິດຕະພາບ ກໍາປູເຈຍ - ລາວ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 01 – 05 ຕຸລາ 2025
03/10/2025 15:43:46
ສະຫະພັນແມ່ຍິງ ຄະນະພົວພັນຕ່າງປະເທດສູນກາງພັກ ທາບທາມເນື້ອໃນກອງປະຊຸມໃຫຍ່ ແລະ ບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ 1
30/07/2025 16:01:28
ເວທີສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້ “ການມີສ່ວນຮ່ວມຂອງປະເທດມະຫາອໍານາດ ແລະ ປະເທດໃຫຍ່ ຕໍ່ສະພາບການເດັ່ນຂອງໂລກ ໂດຍສະເພາະພາກພື້ນອາຊີ”
21/08/2025 18:05:43
ຄະນະຜູ້ແທນແຂວງຈ້ຽງຊູ້, ສປ ຈີນ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
15/10/2025 13:46:29
ຄະນະຜູ້ແທນຂັ້ນສູງຂອງພັກ ປປ ລາວ ເຂົ້າຮ່ວມກອງປະຊຸມສໍາມະນາສາກົນ ຂອງບັນດາພັກການເມືອງລັດທິມາກ ຜ່ານວິດີໂອທາງໄກ
29/07/2022 15:17:46



