ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ໄປຢ້ຽມຊົມຫໍພິພິທະພັນ ກອງທັບປະຊາຊົນລາວ
ເຜີຍແຜ່ໂດຍ: editor ເວລາ: 17/01/2024 14:00:52 ຈຳນວນຢ້ຽມຊົມ 1356 ຄັ້ງ ໃນຕອນເຊົ້າ ຂອງວັນທີ 17 ມັງກອນ 2024, ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ກໍຄື 3 ອົງການຈັດຕັ້ງມະຫາຊົນ ຄຕພ (ຊາວໜຸ່ມ, ກໍາມະບານ ແລະ ແມ່ຍິງ) ນໍາໂດຍ ສະຫາຍ ວົງຄໍາ ແສນສະທິດ, ຮອງຫົວໜ້າກົມການທູດປະຊາຊົນ, ຮັກສາການເລຂາຄະນະບໍລິຫານງານຊາວໜຸ່ມ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຢ້ຽມຊົມຫໍພິພິທະພັນກອງທັບປະຊາຊົນລາວ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ ເວົ້າລວມເວົ້າສະເພາະ ກໍຄື ວັນຄ້າຍວັນເກີດ ທ່ານ ຄໍາໄຕ ສີພັນດອນ, ອະດີດປະທານພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ຄົບຮອບ 100 ປີ (08/02/1924-08/02/2024) ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20/01/1949-20/01/2024) ທີ່ຈະມາເຖິງນີ້ ໃຫ້ເຕັມໄປດ້ວຍຄວາມໝາຍ, ຄວາມສໍາຄັນ ແລະ ເປັນຂະບວນການຢ່າງຟົດຟື້ນ ແລະ ກວ້າງຂວາງ, ທັງເປັນການຫວນຄືນມູນເຊື້ອການເຄື່ອນໄຫວປະຕິວັດຂອງ ບັນດາຜູ້ນໍາການປະຕິວັດ, ວິລະກໍາອັນໂດດເດັ່ນ ແລະ ຄວາມເດັດດ່ຽວບໍ່ຍອມຈໍານົນຂອງບັນດາອະດີດທ່ານຜູ້ນໍາ ໃນຂະບວນການປະຕິວັດຊາດ ຕ້ານຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່. ໃນການຢ້ຽມຊົມຜູ້ເຂົ້າຮ່ວມໄດ້ຮັບຟັງການບັນລະຍາຍກ່ຽວກັບວິລະກໍາການຕໍ່ສູ້ກູ້ຊາດຂອງການນໍາພັກ-ລັດ, ປະຫວັດການເຕີບໃຫ່ຍຂະຫຍາຍຕົວຂອງກອງທັບປະຊາຊົນລາວ ເຊິ່ງໄດ້ເຮັດໃຫ້ຜູ້ເຂົ້າຮ່ວມ ໄດ້ຮັບຮູ້ແຈ້ງ ແລະ ເຂົ້າໃຈເລິກເຊິ່ງກວ່າເກົ່າຕໍ່ເຫດການໃນການຕໍ່ສູ້ທີ່ສໍາຄັນທາງດ້ານການເມືອງ ແລະ ການທະຫານ ໃນແຕ່ລະໄລຍະ ທັງເປັນການຮຽນຮູ້, ປຸກຈິດສໍານຶກ, ຍົກສູງສະຕິຕໍ່ຊາດ ແລະ ການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຮັບຮູ້ເຖິງປະຫວັດອັນພິລະອາດຫານ ແລະ ເຊື່ອມຊຶມບົດຮຽນທາງປະຫວັດສາດ ຮັກບ້ານເກີດເມືອງນອນ ແລະ ນໍາເອົາບົດຮຽນທາງປະຫວັດສາດ ມາໝູນໃຊ້ເຂົ້າໃນໜ້າວຽກງານການເມືອງຕົວຈິງຂອງຕົນ ໃຫ້ມີຜົນສໍາເລັດ.
ເຜີຍແຜ່ເອກະສານ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ແລະ ມູນເຊື້ອ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ
23/01/2026 13:31:30
ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ເອກອັກຄະລັດຖະທູດຣັດເຊຍ ປະຈໍາ ສປປ ລາວ
22/01/2026 08:21:21
ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສົ່ງສານອວຍພອນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງ ພັກກອມມູນິດຫວຽດນາມ
19/01/2026 08:28:49
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບ ທ່ານທູດ ຕວັກກີ ເຂົ້າຢ້ຽມຂໍ່ານັບ
16/01/2026 21:17:42
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບ ເອກອັກຄະລັດຖະທູດ ສ.ອາເມຣິກາ ເຂົ້າຢ້ຽມອໍາລາ
16/01/2026 21:00:02
ຫົວໜ້າຄະນະພົວພັນຕ່າງປະເທດ ຂອງສອງພັກ ລາວ-ຈີນ ພົບປະ ແລະ ລົງນາມ ແຜນການຮ່ວມມືສອງພັກ
15/01/2026 10:54:57
ຄະນະຜູ້ແທນຂັ້ນສູງຂອງພັກ ປປ ລາວ ເຂົ້າຮ່ວມກອງປະຊຸມສໍາມະນາສາກົນ ຂອງບັນດາພັກການເມືອງລັດທິມາກ ຜ່ານວິດີໂອທາງໄກ
29/07/2022 15:17:46
ພິທີມອບທຸງໄຊນຳໜ້າຂະບວນການແຂ່ງຂັນ 04 ບຸກ ໃຫ້ແກ່ຄະນະຊາວໜຸ່ມ ຄະນະພົວພັນຕ່າງປະເທດສູນກາງພັກ
13/06/2023 14:17:31
ຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ເຢຍລະມັນ ເຂົ້າຮ່ວມກອງປະຊຸມປຶກສາຫາລື ລະຫວ່າງ ສະມາ ຄົມມິດຕະພາບ ລາວ-ເຢຍລະມັນ ແລະ ເຢຍລະມັນ-ລາວ
30/05/2023 10:28:03
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ອີກໍ ປານຟິນລອບ, ຮອງປະທານສະມາຄົມມິດຕະພາບ ຣັດເຊຍ-ລາວ
09/12/2022 14:35:10
ຄະນະພົວພັນຕ່າງປະເທດສູນກາງພັກ ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າປະຈໍາປີ 2022
30/03/2023 15:30:06
ສະມາຄົມມິດຕະພາບ ລາວ-ກູບາ ແລະ ສະຖານທູດ ກູບາ ປະຈຳລາວ ວ່າງກະຕ່າດອກໄມ້ ຢູ່ໜ້າຮູບຫລໍ່ເຄິ່ງຄີງຂອງ ທ່ານ ໂຮ່ເຊ ມາກຕິ ວິລະຊົນແຫ່ງຊາດ ກູບາ ເນື່ອງໃນໂອກາດວັນເກີດ ຄົບຮອບ 170 ປີ
02/02/2023 10:46:44
ຄະນະພົວພັນຕ່າງປະເທດສູນກາງພັກ ຈັດພິທີປູກຕົ້ນໄມ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ປະຈຳປີ 2022
14/07/2022 14:18:48
ເສີມຂະຫຍາຍການພົວພັນລະຫວ່າງ ພັກ ປປ ລາວ ກັບບັນດາພັກການເມືອງໃນ ສ.ຣັດເຊຍ
04/04/2023 15:42:25
ຫົວໜ້າ ຄຕພ ຕ້ອນຮັບການເຂົົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນສະຖາບັນກູບາເພື່ອມິດຕະພາບກັບນາໆຊາດ
17/11/2022 14:37:24
ສະຫະພັນກຳມະບານ ຄະນະພົວພັນຕ່າງປະເທດສູນກາງພັກ ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າປະຈໍາປີ 2021
16/03/2022 08:33:46
ຄະນະຜູ້ແທນພັກເສລີປະຊາທິປະໄຕຍີ່ປຸ່ນ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ
12/07/2023 14:43:30



