ຄະນະຜູ້ແທນຂັ້ນສູງ ຂອງ ພັກກອມມູນິດຈີນ ຢ້ຽມຢາມ ສປປ ລາວ
ເຜີຍແຜ່ໂດຍ: editor ເວລາ: 15/01/2024 15:10:28 ຈຳນວນຢ້ຽມຊົມ 1334 ຄັ້ງ ໂດຍປະຕິບັດຕາມແຜນການຮ່ວມມື ລະຫວ່າງ ສອງພັກ ລາວ-ຈີນ ປະຈໍາປີ 2023, ຄະນະຜູ້ແທນຂັ້ນສູງ ຂອງ ພັກກອມມູນິດຈີນ ນໍາໂດຍ ສະຫາຍ ຫຼີ ຊຸເຫຼີຍ, ກຳມະການກົມເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມສຳມະນາທິດສະດີ ລະຫວ່າງ ສອງພັກ ລາວ-ຈີນ ຄັ້ງທີ 11 ແຕ່ວັນທີ 9-10 ມັງກອນ 2024. ໃນຕອນເຊົ້າວັນທີ 10 ມັງກອນ 2024, ສະຫາຍ ຫຼີ ຊູເຫຼີຍ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຳມະນາທິດສະດີ ສອງພັກ ລາວ-ຈີນ ຄັ້ງທີ 11 ຂອງ ສະຫາຍ ຫຼີ ຊູເຫຼີຍ ພ້ອມຄະນະ ໃນຄັ້ງນີ້, ເປັນການປະກອບສ່ວນສຳຄັນເຂົ້າໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ກໍ່ຄື ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ນັບມື້ແຕກດອກອອກຜົນ, ດ້ວຍມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງກວ່າເກົ່າ; ສະຫາຍ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການພົວພັນຮ່ວມມື ລະຫວ່າງ ຂະແຫນງການໂຄສະນາອົບຮົມຂອງ 2 ພັກ ລາວ-ຈີນ ໃນໄລຍະຜ່ານມາ ແລະ ໄດ້ຊີ້ນຳໃຫ້ສອງອົງການ ສືບຕໍ່ຮັດແຫນ້ນການພົວພັນຮ່ວມມື ແລະ ແລກປ່ຽນຂໍ້ມູນຂ່າວສານນຳກັນ ໃນຕໍ່ຫນ້າ. ໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຕີລາຄາສຸງ ຕໍ່ ການຈັດກອງປະຊຸມສໍາມະນາທິດສະດີ 2 ພັກ ລາວ-ຈີນ ທີ່ເປັນໂອກາດອັນດີໃຫ້ສອງຝ່າຍ ໃນການແລກປ່ຽນບົດຮຽນດ້ານທິດສະດີ ແລະ ພຶດຕິກໍາ ເຊິ່ງກັນແລະກັນ ໃນການເພີ່ມທະວີການປົກປັກຮັກສາລະບົບນິເວດ ແລະ ສິ່ງແວດລ້ອມ ໃນຂະບວນການກໍ່ສ້າງຫັນເປັນທັນສະໄໝ ເພື່ອເສີມຂະຫຍາຍຄັງສາງທິດສະດີຂອງສອງພັກ ໃນການສ້າງສາພັດທະນາປະເທດສູ່ຈຸດໝາຍສັງຄົມນິຍົມ ຢູ່ສອງປະເທດ ລາວ-ຈີນ. ສະຫາຍ ຫຼີ ຊູເຫຼີຍ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະຫນິດສະຫນົມຂອງ ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ, ຕີລາຄາສູງ ຕໍ່ຜົນສໍາເລັດ ທີ່ປະຊາຊົນລາວ ຍາດມາໄດ້ພາຍໃຕ້ການນໍາພາຂອງ ພັກປະຊາຊົນ ປະຕິວັດລາວ, ຕີລາຄາສູງຜົນການພົບປະ ລະຫວ່າງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ ກັບ ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ໃນເດືອນຕຸລາ 2023 ຜ່ານມາ ທີ່ໄດ້ມີຫມາກຜົນອັນອຸດົມສົມບູນ, ລວມທັງການລົງນາມ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ສະບັບໃໝ່ (2024-2028), ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາຂອງການນໍາຂັ້ນສູງສຸດຂອງ 2 ພັກ ລາວ-ຈີນ ທີ່ໄດ້ເປັນເອກະພາບກັນນັ້ນ ຈະເປັນທິດທີ່ໜັກແໜ້ນແກ່ການເສີມຂະຫຍາຍການພົວພັນຮ່ວມມື ລາວ-ຈີນ ທີ່ເປັນມູນເຊື້ອ ໃຫ້ນັບມື້ມີປະສິດທິຜົນ, ເລິກເຊິ່ງ ແລະ ໜັກແໜ້ນຍິ່ງໆຂຶ້ນ. ໃນຕອນບ່າຍຂອງວັນທີ 9 ມັງກອນ 2024, ສະຫາຍ ສຈ.ປອ. ກິແກ້ວ ໄຂຄໍາພິທູນ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ສປປ ລາວ ໄດ້ພົບປະກັບ ສະຫາຍ ຫຼີ ຊູເຫຼີຍ ພ້ອມດ້ວຍຄະນະ, ເຊິ່ງ ສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບ ສະພາບພົ້ນເດັ່ນພາຍໃນຂອງແຕ່ລະຝ່າຍ, ຕີລາຄາສູງຕໍ່ການພົວພັນຮ່ວມມື ສອງພັກ, ສອງລັດ ໃນຕະຫຼອດໄລຍະທີ່ຜ່ານມາ, ສອງຝ່າຍ ໄດ້ພ້ອມກັນເຂົ້າຮ່ວມເປັນປະທານ ກອງປະຊຸມສໍາມະນາທິດສະດີ 2 ພັກ ລາວ-ຈີນ ຄັ້ງທີ 11 ທີ່ ພັກປະຊາຊົນປະຕິວັດລາວ ເປັນເຈົ້າພາບຈັດຂຶ້ນ ພາຍໃຕ້ຫົວຂໍ້ “ບົດຮຽນ ແລະ ພຶດຕິກຳ ໃນການເພີ່ມທະວີປົກປັກຮັກສາລະບົບນິເວດ ແລະ ສິ່ງແວດລ້ອມ ໃນຂະບວນການກໍ່ສ້າງຫັນເປັນທັນສະໄໝ”, ເຊິ່ງໄດ້ມີການນໍາຂັ້ນສູງ, ນັກຄົ້ນຄວ້າ, ນັກວິທະຍາສາດ ຂອງ 2 ພັກ ລາວ-ຈີນ ເຂົ້າຮ່ວມ ແລະ ໄດ້ແລກປ່ຽນບົດຮຽນເຊິ່ງກັນແລະກັນ. ກອງປະຊຸມ ໄດ້ດຳເນີນໄປເປັນເວລາ 2 ວັນ ແລະ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ໃນຕອນເຊົ້າຂອງວັນທີ 10 ມັງກອນ 2024. ໃນຕອນເຊົ້າ ຂອງວັນທີ 09 ມັງກອນ 2024, ສະຫາຍ ປອ. ຄໍາພັນ ເຜີຍຍະວົງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ປປ ລາວ ໄດ້ພົບປະສອງຝ່າຍ ກັບ ສະຫາຍ ຫຼີ ຊູເຫຼີຍ ພ້ອມດ້ວຍຄະນະ, ເຊິ່ງສອງຝ່າຍ ໄດ້ປຶກສາຫາລື ແລະ ເອກະພາບກັນຢ່າງກວ້າງຂວາງ ໃນການເພີ່ມທະວີການພົວພັນຮ່ວມມື 2 ຄະນະໂຄສະນາອົບຮົມສູນກາງພັກ ລາວ-ຈີນ ໃນຕໍ່ໜ້າ ຕາມເນື້ອໃນຈິດໃຈທີ່ການນໍາຂັ້ນສູງ ຂອງ 2 ພັກ ໄດ້ຕົກລົງເປັນເອກະພາບກັນ, ສອງຝ່າຍ ຍິນດີສືບຕໍ່ຮັດແໜ້ນການພົວພັນຮ່ວມມື, ແລກປ່ຽນບົດຮຽນ ແລະ ໄປມາຫາສູ່ກັນໃຫ້ຫຼາຍຂຶ້ນ, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນ ລາວ-ຈີນ ໃຫ້ງອກງາມຍິ່ງຂຶ້ນ.
ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 81 ປີ (10/10/1945-10/10/2026)
02/10/2026 16:00:44
ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ສົ່ງໂທລະເລກອວຍພອນ ເຖິງ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ.
01/10/2026 09:10:34
ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສົ່ງໂທລະເລກອວຍພອນ ເຖິງຄະນະກໍາມະການສູນກາງພັກກອມມູນິດຈີນ
01/10/2026 09:07:53
ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສົ່ງໂທລະເລກອວຍພອນ ເຖິງຄະນະກໍາມະການສູນກາງພັກກອມມູນິດຈີນ.
01/10/2026 09:01:18
ສະຫາຍ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ແມັງ ເກືອງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ.
28/09/2026 16:39:19
ຄະນະຜູ້ແທນຂັ້ນສູງ ພັກກອມມູນິດເບລາຣຸດຊີ ມາຢ້ຽມຢາມ ສປປ ລາວ
22/09/2026 12:08:43
ພິທີປາຖະກະຖາ ວັນສະຖາປະນາ ສປປ ເກົາຫຼີ
10/09/2026 08:28:02
ຄະນະຜູ້ແທນສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະເທດ, ສປ ຈີນ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
10/04/2025 15:37:41
ຄະນະຜູ້ແທນສະມາຄົມແລກປ່ຽນສາກົນແຫ່ງ ສປ ຈີນ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ
10/04/2025 15:18:32
ພິທີປາຖະກະຖາ ວັນຄ້າຍວັນເກີດ ປະທານ ກິມ ອິນ ຊຸງ ຄົບຮອບ 113 ປີ
23/04/2025 13:17:35
ຄະນະຜູ້ແທນຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ເຂົ້າຮ່ວມກອງປະຊຸມ ແລກປ່ຽນ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນ ດ້ານອະລິຍະທໍາ ຄັ້ງທີ IV ແລະ ຢ້ຽມຢາມ ຢູ່ ສປ ຈີນ.
03/06/2025 14:03:36
ການທອດຖວາຍຜ້າປ່າສາມັກຄີ ທີ່ ວັດສີນວນ, ຈັງຫວັດຂອນແກ່ນ, ຣາຊະອານາຈັກໄທ
27/05/2025 15:03:03
ຄະນະຜູ້ແທນສະມາຄົມມິດຕະພາບ ກໍາປູເຈຍ - ລາວ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 01 – 05 ຕຸລາ 2025
03/10/2025 15:43:46
ສະຫະພັນແມ່ຍິງ ຄະນະພົວພັນຕ່າງປະເທດສູນກາງພັກ ທາບທາມເນື້ອໃນກອງປະຊຸມໃຫຍ່ ແລະ ບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ 1
30/07/2025 16:01:28
ເວທີສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້ “ການມີສ່ວນຮ່ວມຂອງປະເທດມະຫາອໍານາດ ແລະ ປະເທດໃຫຍ່ ຕໍ່ສະພາບການເດັ່ນຂອງໂລກ ໂດຍສະເພາະພາກພື້ນອາຊີ”
21/08/2025 18:05:43
ຄະນະຜູ້ແທນແຂວງຈ້ຽງຊູ້, ສປ ຈີນ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
15/10/2025 13:46:29
ຄະນະຜູ້ແທນຂັ້ນສູງຂອງພັກ ປປ ລາວ ເຂົ້າຮ່ວມກອງປະຊຸມສໍາມະນາສາກົນ ຂອງບັນດາພັກການເມືອງລັດທິມາກ ຜ່ານວິດີໂອທາງໄກ
29/07/2022 15:17:46



