ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຕ້ອນຮັບການເຂົ້າຢ້ຽມອຳລາຂອງ ເອກອັກຄະລັດຖະທູດ ສິງກະໂປ ປະຈຳ ສປປ ລາວ
ເຜີຍແຜ່ໂດຍ: editor ເວລາ: 22/06/2023 15:31:18 ຈຳນວນຢ້ຽມຊົມ 779 ຄັ້ງ ໃນວັນທີ 22 ມິຖຸນາ 2023, ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ ຫຼຽວ ຊຸຍ ຫຼິນ )Leow Siu lin ), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສິງກະໂປ ປະຈໍາ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ທ່ານເອກອັກຄະລັດຖະທູດ ທີ່ໄດ້ປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ດ້ວຍຜົນສຳເລັດ, ປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລະຫວ່າງ ລາວ-ສິງກະໂປ ໃນໄລຍະທີ່ຜ່ານມາ, ຊ່ວຍຊຸກຍູ້ການພົວພັນຮ່ວມມືໃນຂົງເຂດຕ່າງໆຂອງ 2 ປະເທດ ຢ່າງຕັ້ງໜ້າ ເປັນຕົ້ນ ດ້ານການເມືອງ, ດ້ານການສຶກສາ, ການຊ່ວຍເຫຼືອທາງດ້ານມະນຸດສະທຳ ໃນໄລຍະການໂຄວິດ-19, ການຄ້າ-ການລົງທຶນ, ການທ່ອງທ່ຽວ ແລະ ວຽກງານການຮ່ວມມືອື່ນໆໃຫ້ມີບາດກ້າວຂະຫຍາຍຕົວໃໝ່. ສະແດງຄວາມມຸ້ງຫວັງວ່າທ່ານເອກອັກຄະລັດຖະທູດສິງກະໂປຄົນໃໝ່ຈະສືບຕໍ່ຮັກສາມູນເຊື້ອໃນການຮ່ວມມື ແລະ ປະສານສົມທົບຢ່າງແໜ້ນແຟ້ນກັບພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ-ສິງກະໂປ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ມີໝາກຜົນຍິ່ງໆ ຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ 2 ຊາດ ລາວ ແລະ ສິງກະໂປ.
ທ່ານເອກອັກຄະລັດຖະທູດສິງກະໂປ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ທີ່ໄດ້ມີໂອກາດເຂົ້າຢ້ຽມອຳລາ ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ 2 ປະເທດ ສິງກະໂປ ແລະ ລາວ ໃນໄລຍະທີ່ຜ່ານມາ, ພ້ອມທັງສະແດງຄວາມຂອບໃຈຕໍ່ ພັກ, ລັດຖະບານລາວຍາມໃດທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອຕົນເອງຕະຫຼອດໄລຍະປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຈົນໄດ້ຮັບຜົນສຳເລັດຈົບງາມ; ສະແດງຄວາມມຸ່ງຫວັງຈະສືບຕໍ່ປະກອບສ່ວນເຂົ້າໃນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສິງກະໂປ-ສປປ ລາວ ກໍ່ຄືສາຍພົວພັນມິດຕະພາບໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຍັງໄດ້ອວຍພອນໃຫ້ ທ່ານທູດເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ, ປະສົບຜົນສຳເລັດໃນໜ້າທີ່ວຽກງານໃໝ່ ແລະ ສະເໜີໃຫ້ທ່ານທູດສືບຕໍ່ເປັນຂົວເຊື່ອມຕໍ່ມິດຕະພາບທີ່ດີງາມ ລະຫວ່າງ 2 ປະເທດ ລາວ ແລະ ສິງກະໂປ ໃຫ້ນັບມື້ໄດ້ຮັບການຂະຫຍາຍຕົວຍິ່ງໆ ຂຶ້ນ ເພື່ອສັນຕິພາບ ແລະ ການຮ່ວມມື ເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.
02/10/2026 16:00:44
01/10/2026 09:10:34
01/10/2026 09:07:53
01/10/2026 09:01:18
28/09/2026 16:39:19
22/09/2026 12:08:43
10/09/2026 08:28:02
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
30/07/2025 16:01:28
21/08/2025 18:05:43
15/10/2025 13:46:29
29/07/2022 15:17:46


