ພິທີເປີດການແຂ່ງຂັນກິລາບານເຕະຍິງ-ຊາຍ ມິດຕະພາບ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ຄົບຮອບ 40 ປີ
ເຜີຍແຜ່ໂດຍ: editor ເວລາ: 20/06/2023 14:52:53 ຈຳນວນຢ້ຽມຊົມ 790 ຄັ້ງ ໃນຕອນບ່າຍວັນທີ 16 ມິຖຸນາ 2023, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດພິທີເປີດການແຂ່ງຂັນກິລາບານເຕະຍິງ-ຊາຍ ມິດຕະພາບ ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ຄົບຮອບ 40 ປີ (29/06/1983-29/06/2023) ໂດຍການເປັນປະທານຂອງ ສະຫາຍ ວາລະໄຊ ເລັ່ງສະຫວັດ, ກຳມະການຄະນະພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ. ການແຂ່ງຂັນກິລາບານເຕະຍິງ-ຊາຍ ໃນຄັ້ງນີ້, ມີການເຂົ້າຮ່ວມ ຈາກ 4 ພາກສ່ວນ ຄື: ຄະນະພົວພັນຕ່າງປະເທດສູນກາງພັກ, ຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ ແລະ ກະຊວງການຕ່າງປະເທດ.
ໃນພິທີດັ່ງກ່າວ, ສະຫາຍ ວາລະໄຊ ເລັ່ງສະຫວັດ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ກ່າວຄຳເຫັນເປີດພິທີ ແລະ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາໃນການສ້າງຕັ້ງຄະນະພົວພັນຕ່າງປະເທດສູນກາງພັກ ນັບແຕ່ປີ 1983 ເປັນຕົ້ນມາ, ຍົກໃຫ້ເຫັນເຖິງຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ, ພາລະບົດບາດຂອງຄະນະພົວພັນການຕ່າງປະເທດສູນກາງພັກ ໃນການປະຕິບັດໜ້າທີ່ວຽກງານການຕ່າງປະເທດຂອງພັກ ແລະ ການທູດປະຊາຊົນ ຕະຫຼອດໄລຍະ 40 ປີ ຜ່ານມາ; ຍົກໃຫ້ເຫັນ ການພົວພັນຕ່າງປະເທດ ຂອງພັກ ປປ ລາວ ນັບມື້ໄດ້ເປີດກວ້າງ, ມີການພົວພັນກັບບັນດາພັກອ້າຍນ້ອງປະເທດສັງຄົມນິຍົມ, ບັນດາພັກກອມມູນິດ, ພັກກຳມະກອນ, ພັກການເມືອງກ້າວໜ້າ ແລະ ບັນດາພັກກຳອຳນາດໃນປະເທດຕ່າງໆ. ມາເຖິງປັດຈຸບັນ, ພັກ ປປ ລາວ ໄດ້ມີການພົວພັນດ້ານພັກ ກັບ 140 ພັກການເມືອງ ຈາກ 83 ປະເທດໃນທົ່ວໂລກ ແລະ ມີການພົວພັນການທູດດ້ານສະມາຄົມມິດຕະພາບລາວກັບຕ່າງປະເທດ ຈຳນວນ 19 ສະມາຄົມ ແລະ ຄະນະສັນຕິພາບ, ສາມັກຄີກັບນານາຊາດຂອງລາວ.
ຜ່ານການແຂ່ງຂັນທີມໄດ້ຮັບໄຊຊະນະເລີດບານເຕະຊາຍ ແມ່ນທີມຄະນະຈັດຕັ້ງສູນກາງພັກ ແລະ ທີມທີ່ໄດ້ໄຊຊະນະເລີດບານເຕະຍິງ ແມ່ນທີມຫ້ອງວ່າການສູນກາງພັກ
ງານແຂ່ງຂັນກິລາໃນຄັ້ງນີ້, ໄດ້ດຳເນີນໄປດ້ວຍບັນຍາກາດທີ່ມ່ວນຊື່ນ ແລະ ມີໄມຕີຈິດມິດຕະພາບລະຫວ່າງພະນັກງານ, ລັດຖະກອນ ຂອງ 4 ອົງການ, ເປັນການປະກອບສ່ວນ ຮັດແໜ້ນຄວາມສາມັກຄີ ແລະ ທັງເປັນຂະບວນການຟົດຟື້ນ ເພື່ອຂ່ຳນັບຮັບຕ້ອນວັນສ້າງຕັ້ງ ຄຕພ ຄົບຮອບ 40 ປີອີກດ້ວຍ.
23/06/2026 13:38:06
15/06/2026 15:59:03
09/06/2026 16:37:23
03/06/2026 09:12:19
03/06/2026 09:06:12
28/05/2026 15:32:56
29/07/2022 15:17:46
10/04/2025 15:37:41
13/06/2023 14:17:31
30/05/2023 10:28:03
10/04/2025 15:18:32
23/04/2025 13:17:35
16/07/2025 16:30:18
09/12/2022 14:35:10
30/07/2025 16:01:28
26/02/2025 15:29:23


