ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ຄະນະຜູ້ແທນ ສະມາຄົມມິດຕະພາບ ກຳປູເຈຍ-ລາວ
ເຜີຍແຜ່ໂດຍ: editor ເວລາ: 20/10/2022 12:47:43 ຈຳນວນຢ້ຽມຊົມ 1502 ຄັ້ງ ວັນທີ 18 ຕຸລາ 2022, ທີ່ ຄະນະພົວພັນຕ່າງປະເທດສູນການພັກ, ທ່ານ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ພົອ. ນຽງ ພາດ, ຮອງລັດຖະມົນຕີຜູ້ປະຈຳການກະຊວງປ້ອງກັນປະເທດ, ສະມາຊິກຄະນະກຳມະການສູນກາງພັກປະຊາຊົນກຳປູເຈຍ, ສະມາຊິກສະພາແນວໂຮມສາມັກຄີພັດທະນາມາຕຸພູມ ຣາຊະອານາຈັກກຳປູເຈຍ, ປະທານສະມາຄົມມິດຕະພາບ ກຳປູເຈຍ-ລາວ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ໃນໂອກາດດັ່ງກ່າວ,
ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ຖືເປັນການປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ແລະ ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ລະຫວ່າງ ລາວ-ກຳປູເຈຍ ທີ່ສືບຕໍ່ໄດ້ຮັບການເສີຍຂະຫຍາຍຢ່າງຮອບດ້ານ ແລະ ຕັ້ງໜ້າ. ທ່ານ ພົອ. ນຽງ ພາດ ແມ່ນເປັນເພື່ອນມິດເກົ່າຂອງລາວ; ດັ່ງນັ້ນ, ຈຶ່ງສະເໜີໃຫ້ສອງສະມາຄົມມິດຕະພາບ ລາວ-ກຳປູເຈຍ ແລະ ກຳປູເຈຍ-ລາວ ສືບຕໍ່ເພີ່ມທະວີບົດບາດການທູດປະຊາຊົນໃຫ້ເຂົ້າສູ່ລວງເລີກກວ່າເກົ່າ ເພື່ອສະໜັບສະໜູນການຮ່ວມມືດ້ານຕ່າງໆຂອງສອງປະເທດໃຫ້ມີປະສິດທິພາບ ແລະ ປະສິດທິຜົນຂຶ້ນເລື້ອຍໆ ກໍຄື ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊຸມຊົນສອງຊາດ ລາວ-ກຳປູເຈຍ.
ພ້ອມດຽວກັນນີ້, ທ່ານ ພົອ. ນຽງ ພາດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະມາຄົມຂອງຕົນຕໍ່ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ. ພ້ອມທັງໃຫ້ຄຳຢືນຢັນວ່າ ສະມາຄົມມິດຕະພາບ ກຳປູເຈຍ-ລາວ ຈະສືບຕໍ່ຮັດແໜ້ນການຮ່ວມມືກັບສະມາຄົມມິດຕະພາບ ລາວ-ກຳປູເຈຍ ເພື່ອເຮັດບົດບາດເປັນຂົວຕໍ່ທີ່ດີ ຊຸກຍູ້ການພົວພັນຮ່ວມມືຂອງບັນດາຂະແໜງການທີ່ສອງປະເທດເຄີຍປະຕິບັດຮ່ວມກັນ ເປັນຕົ້ນແມ່ນຊຸກຍູ້ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງປະເທດ ໂດຍສະເພາະແມ່ນປະຊາຊົນຢູ່ແລບຕາມຊາຍແດນຮ່ວມກັນຂອງສອງປະເທດ ໃຫ້ມີຈັດກິດຈະກໍາຮ່ວມກັນ ເພື່ອສ້າງຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ຮ່ວມມືກັນເພື່ອພັດທະນາຊາຍແດນ ໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະ ພາບ ແລະ ການຮ່ວມມືເພື່ອການພັດທະນາ.
ໃນວັນດຽວກັນ, ສະມາຄົມມິດຕະພາບ ລາວ-ກຳປູເຈຍ ກັບ ສະມາຄົມມິດຕະພາບ ກຳປູເຈຍ-ລາວ ໄດ້ຈັດກອງປະຊຸມພົບປະສອງຝ່າຍ, ຝ່າຍລາວ ນຳໂດຍ ທ່ານ ຄຳໃບ ດຳລັດ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ-ກຳປູເຈຍ ແລະ ຝ່າຍກຳປູເຈຍ ນຳໂດຍ ທ່ານ ພົອ. ນຽງ ພາດ, ຮອງລັດຖະມົນຕີຜູ້ປະຈຳການກະຊວງປ້ອງກັນປະເທດ, ສະມາຊິກຄະນະກຳມະການສູນກາງພັກປະຊາຊົນກຳປູເຈຍ, ສະມາຊິກສະພາແນວໂຮມສາມັກຄີພັດທະນາມາຕຸພູມ ຣາຊະອານາຈັກກຳປູເຈຍ, ປະທານສະມາຄົມມິດຕະພາບ ກຳປູເຈຍ-ລາວ ແລະ ຄະນະຜູ້ແທນຂອງສອງຝ່າຍເຂົ້າຮ່ວມ. ໃນກອງປະຊຸມຄັ້ງນີ້, ທັງສອງສະມາຄົມໄດ້ປຶກສາຫາລືກ່ຽວກັບກົນໄກຮ່ວມມື, ການແລກປ່ຽນຂໍ້ມູນຂ່າວສານ, ການແລກປ່ຽນການຢ້ຽມຢາມຄະນະຜູ້ແທນເຊິ່ງກັນແລະກັນ. ພິເສດ, ທັງສອງຝ່າຍສາມາດບັນລຸການເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືຂອງສອງສະມາຄົມ (MOU) ໄລຍະ 5 ປີ (2022-2027) ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດການພົວພັນຮ່ວມມືລະຫວ່າງສອງສະມາຄົມໃຫ້ມີບາດກ້າວອັນໃໝ່ໃນຕໍ່ໜ້າ.
ໃນໂອກາດມາຢ້ຽມຢາມ ສປປ ລາວ ຄັ້ງນີ້, ຄະນະຜູ້ແທນສະມາຄົມມິດຕະພາບ ກຳປູເຈຍ-ລາວ ຍັງໄດ້ເຂົ້າຢ້ຽມ ຂ່ຳນັບການນຳຂັ້ນສູງຈຳນວນໜຶ່ງ ຂອງ ສປປ ລາວ ທັງອາດີດ ແລະ ປະຈຸບັນ ທີ່ເປັນເພື່ອນມິດເກົ່າ. ພ້ອມທັງໄປຢ້ຽມຊົມເຂດເສດຖະກິດພິເສດກວມລວມໄຊເສດຖາ, ສະຖານທີ່ທ່ອງທ່ຽວທາງປະຫວັດສາດ ວັດທະນະທຳ ແລະ ທຳມະຊາດ ຢູ່ພາຍໃນນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ ຈຳນວນໜຶ່ງ.
02/10/2026 16:00:44
01/10/2026 09:10:34
01/10/2026 09:07:53
01/10/2026 09:01:18
28/09/2026 16:39:19
22/09/2026 12:08:43
10/09/2026 08:28:02
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
30/07/2025 16:01:28
21/08/2025 18:05:43
15/10/2025 13:46:29
29/07/2022 15:17:46


