ຄະນະພົວພັນຕ່າງປະເທດສູນກາງພັກ ທາບທາມສ້າງແຜນກໍານົດພະນັກງານນຳພາ-ຄຸ້ມຄອງ
ເຜີຍແຜ່ໂດຍ: editor ເວລາ: 25/07/2022 15:54:27 ຈຳນວນຢ້ຽມຊົມ 868 ຄັ້ງ ໃນວັນທີ 06 ກໍລະກົດ 2022, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດກອງປະຊຸມທາບທາມ ເພື່ອສ້າງແຜນກໍານົດພະນັກງານນຳພາ-ຄຸ້ມຄອງ ຂັ້ນຄະນະພົວພັນຕ່າງປະເທດສູນກາງພັກ ຄຸ້ມຄອງ, ໂດຍການເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໂດຍມີຄະນະພັກ, ຄະນະນຳ, ຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການທັງໝົດຂອງຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ກ່າວເປີດກອງປະຊຸມ ແລະ ໄດ້ເນັ້ນໜັກເຖິງ ຄວາມໝາຍ, ຄວາມສໍາຄັນ ແລະ ຈຸດປະສົງຂອງວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ເຊິ່ງເປັນວຽກງານໜຶ່ງທີ່ສໍາຄັນ, ເປັນພື້ນຖານຂອງວຽກງານພະນັກງານ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ການເມືອງ ໃນສະເພາະໜ້າ ແລະ ຍາວນານ, ເປັນການຫັນຍຸດທະສາດ ວຽກງານພະນັກງານໃຫ້ເປັນອັນລະອຽດ ໃນການສ້າງແຜນກໍ່ສ້າງ-ບຳລຸງ, ຄາດຄະເນສັບຊ້ອນ ແລະ ຈັດວາງ ພະນັກງານຢ່າງສົມເຫດສົມຜົນ, ທັງເປັນການຄາດຄະເນເປົ້າໝາຍ ພະນັກງານ ທີ່ຈະຈັດວາງເຂົ້າໃນຕຳແໜ່ງນຳພາ-ຄຸ້ມຄອງ ແຕ່ລະຂັ້ນ, ແນໃສ່ຮັບປະກັນລັກສະນະສືບທອດ ປ່ຽນແທນຕໍ່ເນື່ອງຢ່າງມີປະສິດທິພາບ.
ສະຫາຍຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຍັງໄດ້ແນະນໍາ ໃຫ້ຜູ້ເຂົ້າຮ່ວມຕ້ອງໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ຕໍ່ກັບເປົ້າໝາຍເລືອກເຟັ້ນທີ່ຈະກຳນົດເຂົ້າໃສ່ແຕ່ລະຕຳແໜ່ງ, ຕ້ອງຄັດເລືອກໃຫ້ໄດ້ບຸກຄົນທີ່ພົ້ນເດັ່ນ ມີຄວາມຮູ້, ຄວາມສາມາດ, ຄຸນສົມບັດສິນທຳປະຕິວັດ, ຮູ້ຜັນຂະຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດ ເຂົ້າໃນການນໍາພາປະຕິບັດໜ້າທີ່ວຽກງານ, ມີພາວະຄວາມເປັນຜູ້ນຳ ໃນການນຳພາພະນັກງານ-ລັດຖະກອນເຄື່ອນໄຫວວຽກງານຕ່າງໆ ທີ່ການຈັດຕັ້ງມອບໝາຍໃຫ້, ມີຄວາມສະດຸ້ງໄວຕໍ່ບັນຫາຕ່າງໆ, ແກ້ໄຂບັນຫາຕ່າງໆ ຢ່າງມີປະສິດທິຜົນ, ມີຄວາມດຸໝັ່ນ, ສັດຊື່, ປອດໃສ, ເປັນແບບຢ່າງໃນການດໍາລົງຊີວິດ, ບໍ່ສໍ້ລາດບັງຫລວງ ແລະ ເປັນເຈົ້າການໃນການເຕົ້າໂຮມຄວາມສາມັກຄີ, ເຮັດວຽກມີແບບແຜນ, ມີການຊຸກຍູ້ຕິດຕາມ, ກວດກາ, ສະຫຼຸບຕີລາ ຄາ, ຖອດຖອນບົດຮຽນ ແລະ ໃກ້ຊິດຕິດແທດ ກັບມະຫາຊົນຢ່າງແທ້ຈິງ. ທ່ານປະທານກອງປະຊຸມ ຍັງໄດ້ເໜັ້ນ ໜັກຕື່ມວ່າ ການທີ່ຈະສາມາດເລືອກໄດ້ບຸກຄົນ ຄືແນວນັ້ນ, ຕ້ອງຫຼີກລ່ຽງແນວຄິດອິດສາບັງບຽດ, ກຸ່ມກ້ອນ, ແນວຄິດພັກພວກ; ຕ້ອງກ້າສົ່ງເສີມບຸກຄົນທີ່ດີເດັ່ນ ແລະ ມີມາດຖານເງື່ອນໄຂຄົບຖ້ວນ ເຂົ້າໃນຕໍາແໜ່ງນໍາພາ-ຄຸ້ມຄອງ. ການສ້າງແຜນກຳນົດພະນັກງານ ຕ້ອງຮັບປະກັນລັກສະນະເປີດກວ້າງ, ມີຄວາມໂປ່ງໃສ, ພາວະວິໄສ, ຮອບດ້ານ, ຍຸຕິທຳ, ຕ້ອງຮັບປະກັນໂຄງປະກອບເພດ, ເຜົ່າ, ລັກສະນະສົມສ່ວນ ລະຫວ່າງພະນັກງານ ຮຸ່ນອາວຸໂສ, ຮຸ່ນກາງ, ຮຸ່ນໜຸ່ມ. ໃນນັ້ນ, ພະນັກງານຮຸ່ນໜຸ່ມໃຫ້ກວມອັດຕາສ່ວນຫລາຍກວ່າ ເພື່ອຮັບປະກັນລັກສະນະສືບທອດຕໍ່ເນື່ອງ. ໃນກອງປະຊຸມ ບັນດາຜູ້ເຂົ້າຮ່ວມໄດ້ໃຊ້ສິດ ປ່ອນບັດຄັດເລືອກເປົ້າໝາຍເຂົ້າໃນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ດ້ວຍຄວາມຮັບຜິດຊອບສູງ.
02/10/2026 16:00:44
01/10/2026 09:10:34
01/10/2026 09:07:53
01/10/2026 09:01:18
28/09/2026 16:39:19
22/09/2026 12:08:43
10/09/2026 08:28:02
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
30/07/2025 16:01:28
21/08/2025 18:05:43
15/10/2025 13:46:29
29/07/2022 15:17:46



