ເວົ້າເຖິງກຳລັງແຮງຂອງພັກ
ເຜີຍແຜ່ໂດຍ: admin ເວລາ: 19/05/2022 22:26:47 ຈຳນວນຢ້ຽມຊົມ 413 ຄັ້ງ ແຫຼ່ງກຳລັງແຮງຂອງພັກແມ່ນຢູ່ໃນສາຍກ້ຽວພັນອັນ. ແຫນ້ນແຟ້ນລະຫວ່າງພັກກັບມະຫາຊົນ, ດ້ວຍເຫດນັ້ນ, ພັກຈຶ່ງເລັ່ງທວງໃຫ້ບັນດາການຈັດຕັ້ງພັກ, ພະນັກງານ, ສະມາຊິກພັກຕ້ອງເຄົາລົບ ແລະ ເສີມຂະຫຍາຍສິດເປັນເຈົ້າ ແລະ ຫົວຄິດປະດິດສ້າງຂອງປະຊາຊົນ, ຮູ້ປະພຶດຕໍ່ຄົນ, ຮູ້ດຶງດູດມະຫາຊົນຮ່ວມປະກອບຄວາມຄິດຄວາມເຫັນເຂົ້າໃນວຽກງານຂອງປະເທດຊາດ, ຂອງທ້ອງຖິ່ນ, ກົມກອງ; ເອົາໃຈໃສ່ຈົດຈໍ່ຕໍ່ຊີວິດການເປັນຢູ່ຂອງມະຫາຊົນ, ສຶກສາອົບຮົມຂົນຂວາຍມະຫາຊົນໃຫ້ເຮັດຫລ້ອນພັນທະຕໍ່ປະເທດຊາດ, ສົ່ງເສີມໃຫ້ມະຫາຊົນປະກອບຄວາມຄິດຄວາມເຫັນເຂົ້າໃນການສ້າງພັກ. ຕ້ອງຕຳນິວິຈານທ່າທີ່ຫ່າງເຫີນຈາກມະຫາຊົນ, ບໍ່ເປັນແບບຢ່າງອັນດີໃຫ້ມະຫາຊົນ, ລ່ວງອຳນາດ, ອາດຍາສິດ, ໃຊ້ອຳນາດບາດໃຫຍ່ທີ່ເກີດຂຶ້ນຢູ່ໃນຫມູ່ພະນັກງານ, ສະມາຊິກພັກເປັນຈໍານວນບໍ່ຫນ້ອຍ. ສິ່ງເຫລົ່ານັ້ນມັນເປັນປະກົດການອັນຊົ່ວຊ້າກວ່າ ຫມູ່ໃນເງື່ອນໄຂພັກກຳອຳນາດເປັນສາຍເຫດທີ່ພາໃຫ້ມີການເຊື່ອມເສຍ, ກຸດຫ້ຽນທາງດ້ານຄຸນສົມບັດຂອງສະມາຊິກພັກ
(ຄັດຈາກປື້ມ 50 ປີຍຸດທະສາດການນຳພາຂອງພັກປະຊາຊົນປະຕິວັດລາວຕໍ່. ວຽກງານຈັດຕັ້ງ, ກໍ່ສ້າງພັກ - ພະນັກງານ ຫນ້າທີ່ 80 - 81 )
01/07/2025 14:42:06
01/07/2025 14:40:24
16/06/2025 13:59:37
16/06/2025 13:58:03
16/06/2025 08:55:21
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
12/07/2023 14:43:30
02/02/2023 10:46:44
04/04/2023 15:42:25
16/03/2022 08:33:46