ເວົ້າເຖິງການເລືອກເຟັ້ນເອົາພະນັກງານ ລົງກໍ່ສ້າງຮາກຖານ
ເຜີຍແຜ່ໂດຍ: admin ເວລາ: 19/05/2022 22:24:24 ຈຳນວນຢ້ຽມຊົມ 407 ຄັ້ງ ບັນຫາທີ່ຕັ້ງຂຶ້ນກ່ຽວກັບການກໍ່ສ້າງຮາກຖານນັ້ນ ແມ່ນຕ້ອງເລືອກເຟັ້ນເອົາພະນັກງານຜູ້ທີ່ດີເພື່ອສົ່ງລົງຮາກຖານຕ້ອງມີນະໂຍບາຍອັນເຫມາະສົມຕໍ່ພະນັກງານທີ່ລົງໄປຮາກຖານ ແລະ ພະນັກງານຢູ່ຮາກຖານ, ນັບແຕ່ພະນັກງານຂອງພັກ, ຂອງອໍານາດການປົກຄອງ, ຂອງອົງການຈັດຕັ້ງມະຫາຊົນ, ຕະຫລອດພະນັກງານສຶກສາ, ສາທາລະນະສຸກ. ອັນນີ້ເປັນບັນຫາທີ່ແທດຕົວຈິງ ແລະ ມີຄວາມສຳຄັນຍິ່ງ, ສະນັ້ນຕ້ອງມີວິທີແກ້ໄຂທີ່ຖືກຕ້ອງ, ກ່ອນອື່ນຫມົດຕ້ອງຫລີກເວັ້ນສະພາບທີ່ວ່າສ້າງກົງຈັກຂັ້ນຮາກຖານຂຶ້ນຢ່າງໃຫຍ່ໂຕ ເພື່ອດຶງເອົາຄົນອອກຫ່າງເຫີນຈາກການຜະລິດເປັນຈໍານວນຫລວງຫລາຍ, ແລ້ວມາປະກອບໃສ່ກົງຈັກ, ເຮັດແນວນີ້ມັນທັງເປັນການສິ້ນເປືອງ ວັດຖຸຊັບສິນ, ທັງພາໃຫ້ເກີດພະຍາດອາດຍາສິດອີກດ້ວຍ. ທິດນຳກ່ຽວກັບການຮັບປະກັນຊີວິດການເປັນຢູ່ຂອງພະນັກງານຢູ່ຮາກຖານນັ້ນ ກ່ອນອື່ນແມ່ນຕ້ອງໃຊ້ວິທີສ້າງເງື່ອນໄຂເພື່ອບໍ່ໃຫ້ເຂົາເຈົ້າຫ່າງເຫີນຈາກການຜະລິດຢ່າງສິ້ນເຊີງນັບທັງການຜະລິດຂອງລວມຫມູ່ ແລະ ຂອງຄອບຄົວ, ພ້ອມກັນນັ້ນ, ກໍ່ອີງໃສ່ການປະກອບສ່ວນຢ່າງສົມເຫດສົມຜົນຂອງປະຊາຊົນ ແລະ ການອຸດຫນູນໃນລະດັບທີ່ແນ່ນອນຈາກງົບປະມານຕື່ມ.
01/07/2025 14:42:06
01/07/2025 14:40:24
16/06/2025 13:59:37
16/06/2025 13:58:03
16/06/2025 08:55:21
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
12/07/2023 14:43:30
02/02/2023 10:46:44
04/04/2023 15:42:25
16/03/2022 08:33:46