ຄະນະຊາວໜຸ່ມສອງປະເທດລາວ-ຫວຽດນາມ ຮ່ວມລົງນາມເຊັນສັນຍາກໍ່ສ້າງສູນຝຶກອົບຮົມຊາວໜຸ່ມ ເຍົາວະຊົນ
ເຜີຍແຜ່ໂດຍ: admin ເວລາ: 11/03/2022 16:01:00 ຈຳນວນຢ້ຽມຊົມ 1419 ຄັ້ງ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງທີ 44 ຂອງຄະນະກຳມາທິການຮ່ວມມືລາວ-ຫວຽດນາມ ຈັດຂຶ້ນໃນລະຫວ່າງວັນທີ 9-10 ມັງກອນ 2022 ນີ້ ທີ່ສໍານັກງານສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ ແລະ ສະຫາຍ ຫຽວຽນ ແອງຕັວນ ກຳມະການສູນກາງພັກ ເລຂາທີໜຶ່ງສູນກາງຊາວໜຸ່ມກອມມູນິດໂຮ່ຈິມີນ ພ້ອມຄະນະ ໄດ້ມີການພົບປະບໍ່ເປັນທາງການ, ການຕ້ອນຮັບ ແລະ ການສົນທະນາແມ່ນໄດ້ດຳເນີນໄປຢ່າງອົບອຸ່ນ ແລະ ສະໜິດສະໜົມ ຊຶ່ງທັງສອງໄດ້ຕີລາຄາສູງຕໍ່ການພົວພັນ, ການຮ່ວມມືຂອງສອງປະເທດໃນໄລຍະຜ່ານມາ ແລະ ພ້ອມກັນຊຸກຍູ້ການພົວພັນຮ່ວມມືໃນໄລຍະຕໍ່ໜ້າໃຫ້ມີປະສິດຕິພາບສູງ ແລະ ຝ່າຍຫວຽດນາມຍັງຕີລາຄາສູງໃນການພົບປະຄັ້ງນີ້ ຊຶ່ງແມ່ນແຂກຕ່າງປະເທດເປັນຄະນະທຳອິດທີ່ມາຢ້ຽມຢາມ ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນໃນປີ 2022 ຊຶ່ງປີນີ້ເປັນປີທີ່ມີຄວາມໜາຍ, ເປັນປີແຫ່ງການສະເຫຼີມສະຫລອງ 60 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 45 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ລາວ-ຫວຽດນາມ-ລາວ ກໍຄືຊາວໜຸ່ມສອງປະເທດໄດ້ພ້ອມກັນສ້າງກິດຈະກຳເພື່ອສະເຫຼີມສະຫຼອງໃນວັນສໍາຄັນດັ່ງກ່າວ ,ເພື່ອສຶກສາອົບຮົມຊາວໜຸ່ມ, ເຍົາວະຊົນສອງຊາດ ຕ້ອງມີຄວາມຮັບຜິດຊອບໃນການສືບທອດ ແລະ ກໍ່ສ້າງສາຍພົວພັນແບບພິເສດຂອງສອງປະເທດໃຫ້ໝັ້ນຄົງ ແລະ ສວຍສົດງົດງາມ, ການເຂົ້າຮ່ວມກອງປະຊຸມຄັ້ງທີ 44 ຂອງຄະນະກຳມາທິການຮ່ວມມືລາວ-ຫວຽດນາມ ທັງສອງຝ່າຍຍັງໄດ້ຮ່ວມມືລົງນາມ ສັນຍາການຮ່ວມມືປະຕິບັດໂຄງການສູນຝຶກອົບຮົມຊາວໜຸ່ມ, ເຍົາວະຊົນ ລາວ-ຫວຽດນາມ ທີ່ຈະໄດ້ກໍ່ສ້າງຂຶ້ນຢູ່ນະຄອນຫຼວງວຽງຈັນ ສປປ ລາວ ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານ ສສ ຫວຽດນາມ .ໃນພິທີເຊັນສັນຍາໂດຍເປັນກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ຟ້າມ ມິງ ຈິງ ກຳມະການກົມການເມືອງ ສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍການນຳຂັ້ນສູງ ສອງປະເທດເຂົ້າຮ່ວມ.
(ຂ່າວ-ພາບ: ສຸກສາຄອນ ທອງດີສີລິສັກ)
02/10/2026 16:00:44
01/10/2026 09:10:34
01/10/2026 09:07:53
01/10/2026 09:01:18
28/09/2026 16:39:19
22/09/2026 12:08:43
10/09/2026 08:28:02
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
30/07/2025 16:01:28
21/08/2025 18:05:43
15/10/2025 13:46:29
29/07/2022 15:17:46

