ຄະນະຈັດຕັ້ງສູນກາງພັກ ລາວ-ຫວຽດນາມ ສືບຕໍ່ເພີ່ມທະວີການຮ່ວມມື
ເຜີຍແຜ່ໂດຍ: admin ເວລາ: 11/03/2022 15:57:46 ຈຳນວນຢ້ຽມຊົມ 1309 ຄັ້ງ ຄະນະຈັດຕັ້ງສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ໄດ້ຈັດພິທີພົບປະຜ່ານລະບົບທາງໄກ ໃນວັນທີ 4 ມັງກອນ 2022 ນີ້ ຊຶ່ງຝ່າຍລາວນຳໂດຍ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ປປ ລາວ ພ້ອມດ້ວຍຄະນະ; ຝ່າຍຫວຽດນາມນຳໂດຍ ສະຫາຍ ນາງ ເຈືອງ ທິ ມາຍ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ.
ໃນການພົບປະທາງໄກຄັ້ງນີ້ ທັງສອງຝ່າຍໄດ້ລາຍງານສະພາບການເຄື່ອນໄຫວວຽກງານວິຊາສະເພາະຂອງຕົນໃຫ້ກັນຊາບ, ພ້ອມທັງທົບທວນຄືນການພົວພັນຮ່ວມມືການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳຄັ້ງຜ່ານມາ ແລະ ແລກປ່ຽນບົດຮຽນວິຊາສະເພາະທີ່ສອງຝ່າຍສົນໃຈຮ່ວມກັນ ເພືື່ອເອກະພາບກັນສືບຕໍ່ລົງນາມຂໍ້ຕົກລົງການພົວພັນຮ່ວມມືຂອງສອງຝ່າຍໃນ 5 ປີຕໍ່ໜ້າ.
ໃນຕອນທ້າຍ ໄດ້ມີພິທີເຊັນບົດບັນທຶກການຮ່ວມມື ສົກປີ 2022–2026 ລະຫວ່າງ ຄະນະຈັດຕັ້ງສູນກາງພັກປະຊາຊົນ ປະຕິວັດລາວ ແລະ ຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ເພື່ອສືບຕໍ່ພົວພັນຮ່ວມມືດ້ານວຽກງານວິຊາສະເພາະ ກໍຄືການປະກອບສ່ວນເຂົ້າໃນການເສີມຂະຫຍາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ພິເສດແມ່ນສອງຄະນະຈັດຕັ້ງສູນກາງພັກ ທີ່ເປັນສະຫາຍອ້າຍ-ນ້ອງ ເພື່ອນມິດໃກ້ຊິດສະໜິດແໜ້ນທີ່ສຸດ ໃຫ້ນັບມື້ນັບມີການຂະຫຍາຍຕົວເຂົ້າສູ່ລວງເລິກກວ່າເກົ່າ.
ຂ່າວ-ພາບ: ຄະນະຈັດຕັ້ງສູນກາງພັກ
02/10/2026 16:00:44
01/10/2026 09:10:34
01/10/2026 09:07:53
01/10/2026 09:01:18
28/09/2026 16:39:19
22/09/2026 12:08:43
10/09/2026 08:28:02
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
30/07/2025 16:01:28
21/08/2025 18:05:43
15/10/2025 13:46:29
29/07/2022 15:17:46

