ຜູ້ປະຈຳການຄະນະເລຂາທິການສູນກາງພັກລາວ-ຫວຽດນາມ ພົບປະທາງໄກ
ເຜີຍແຜ່ໂດຍ: admin ເວລາ: 11/03/2022 13:43:49 ຈຳນວນຢ້ຽມຊົມ 457 ຄັ້ງ ໃນຕອນບ່າຍວັນທີ 15 ຕຸລາ 2021, ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ປປ ລາວ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມພົບປະທາງໄກກັບ ສະຫາຍ ຫວໍວັນເຖືອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ຊຶ່ງເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ຍັງມີບັນດາສະຫາຍຄະນະນໍາຂອງບັນດາສຳນັກງານອ້ອມຂ້າງສູນກາງພັກ, ສະຖາບັນ, ກະຊວງ, ອົງການທີ່ກ່ຽວຂ້ອງຂອງສອງຝ່າຍ ລາວ-ຫວຽດນາມ ແລະ ເອກອັກຄະລັດຖະທູດຂອງສອງປະເທດເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ແລກປ່ຽນສະພາບການພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດ ກໍຄືສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ມາດຕະການຮັບມືກັບການແຜ່ລະບາດຂອງ ພະຍາດໂຄວິດ-19 ຢູ່ລາວ ແລະ ຫວຽດນາມໃນປປັດຈຸບັນ; ຕີລາຄາສະພາບການຮ່ວມມື ລະຫວ່າງສອງພັກ, ສອງປະເທດ ໃນໄລຍະຜ່ານມາ, ວາງທິດທາງການຮ່ວມມືໃນຕໍ່ໜ້າ ທີ່ພົວພັນເຖິງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ເຂົ້າໃນຊີວິດສັງຄົມຕົວຈິງຢ່າງເປັນຂະບວນຟົດຟື້ນ ແລະ ຊຸກຍູ້ການປະຕິບັດບັນດາບົດບັນທຶກຂອງການນໍາຂັ້ນສູງຂອງສອງພັກ, ສອງປະເທດ ໃຫ້ມີປະສິດທິຜົນສູງກວ່າເກົ່າ. ພ້ອມນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນບົດຮຽນນໍາກັນໃນວຽກງານກໍ່ສ້າງພັກ, ວຽກງານການຕ້ານ-ສະກັດກັ້ນການສໍ້ລາດບັງຫຼວງ ແລະ ວຽກງານການຕິດຕາມ, ກວດກາ ແລະ ການລົງວິໄນພັກ.
ສອງຝ່າຍ ໄດ້ປຶກສາຫາລືເປັນເອກະພາບກັນ ເພື່ອກະກຽມບັນດາກິດຈະກໍາຕ່າງໆໃນການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ກໍຄືສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ໃນປີ 2022, ໂດຍອີງໃສ່ສະພາບການລະບາດຂອງພະຍາດໂຄວິດ-19 ໃນປັດຈຸບັນ, ບັນດາກິດຈະກໍາດັ່ງກ່າວ ແມ່ນຈະດໍາເນີນໄປໃນຫຼາຍຮູບແບບລວມທັງການຈັດທາງອອນລາຍ ເພື່ອສະເຫຼີມສະຫຼອງສອງວັນປະຫວັດສາດດັ່ງກ່າວໃຫ້ມີບັນຍາກາດຄຶກຄື້ນ ແລະ ມີເນື້ອໃນເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ຄົນຮຸ່ນໜຸ່ມຂອງສອງຊາດ ກໍຄື ສາກົນ ໄດ້ຮັບຮູ້ມູນເຊື້ອສາມັກຄີພິເສດອັນຍິ່ງໃຫຍ່ ໜຶ່ງບໍ່ມີສອງໃນໂລກ. ສອງຝ່າຍ ຍິນດີສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນໃນພາລະກິດປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລາວ - ຫວຽດນາມ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກ, ແທດຕົວຈິງ ແລະ ມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ມິດຕະພາບ,ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.
ກອງປະຊຸມພົບປະທາງໄກຄັ້ງນີ້ ເປັນຄັ້ງທໍາອິດພາຍຫຼັງທີ່ໄດ້ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ເປັນກົນໄກໜຶ່ງ ເພື່ອເພີ່ມທະວີການຮ່ວມມື ແລະ ແລກປ່ຽນບົດຮຽນຂອງສອງຝ່າຍ ໃນສະພາບການໃໝ່.
ຂ່າວ: ຄຕພ, ພາບ: ພູວຽງຄຳ
05/05/2025 08:37:46
30/04/2025 08:18:53
29/04/2025 10:43:57
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
12/07/2023 14:43:30
14/07/2022 14:18:48
02/02/2023 10:46:44
04/04/2023 15:42:25
16/03/2022 08:33:46