ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026 ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ
ເຜີຍແຜ່ໂດຍ: moderator ເວລາ: 30/01/2026 14:16:41 ຈຳນວນຢ້ຽມຊົມ 127 ຄັ້ງ ໃນຕອນເຊົ້າວັນທີ 30 ມັງກອນ 2026, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຂອງຕົນ ປະຈຳປີ 2025, ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ເຊິ່ງມີ ຄະນະພັກ-ຄະນະນໍາ, ຄະນະກົມ, ພະນັກງານອາວຸໂສບໍານານ, ຄະນະພະແນກ ແລະ ພະນັກງານຂອງ ຄຕພ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຮັບຟັງການສະຫຼຸບຕີລາຄາຄືນການປະຕິບັດວຽກງານຂອງ ຄຕພ ໃນໄລຍະ 1 ປີ ຜ່ານມາ, ໂດຍໄດ້ຍົກໃຫ້ເຫັນຜົນງານທີ່ຍາດມາໄດ້, ບາງດ້ານທີ່ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້, ທິດທາງແຜນການ ແລະ ຄາດໝາຍສູ້ຊົນ ສຳລັບປີ 2026. ໃນໂອກາດນີ້, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ໃຫ້ກຽດໂອ້ລົມ ແລະ ສະແດງຄວາມຊົມເຊີຍຕໍ່ ບັນດາຜົນສຳເລັດ ແລະ ຜົນງານທີ່ພະນັກງານຄະນະພົວພັນຕ່າງປະເທດສູນກາງພັກ ຍາດມາໄດ້ຕະຫຼອດໄລຍະ 1 ປີ ຜ່ານມາ, ໂດຍສະເພາະການປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານ ແລະ ເຫດການສຳຄັນຂອງຊາດ ເປັນຕົ້ນແມ່ນ ການສະເຫລີມສະຫລອງ 3 ວັນປະຫວັດສາດ ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ພ້ອມດຽວກັນນີ້, ຍັງໄດ້ເປັນເຈົ້າການຄົ້ນຄວ້າສະເໜີຂັ້ນເທິງພິຈາລະນາຕົກລົງຂະຫຍາຍການຮ່ວມມືດ້ານພັກເພີ່ມຂຶ້ນຕື່ມ, ເຊິ່ງມາຮອດປັດຈຸບັນ ພັກປະຊາຊົນປະຕິວັດລາວ ມີສາຍພົວພັນກັບ 145 ພັກການເມືອງ ຈາກ 82 ປະເທດ, ມີສະມາຄົມມິດຕະພາບລາວກັບຕ່າງປະເທດ 20 ສະມາຄົມ ແລະ 1 ຄະນະສັນຕິພາບ ແລະ ສາມັກຄີຂອງລາວ, ນີ້ເປັນການສະແດງໃຫ້ເຫັນເຖິງການເຮັດສຳເລັດພາລະບົດບາດເປັນເສນາທິການໃຫ້ແກ່ ສູນກາງພັກ ໃນການເຄື່ອນໄຫວຕ່າງປະເທດດ້ານພັກ ແລະ ການທູດປະຊາຊົນ ອັນໄດ້ເຮັດໃຫ້ມີເພື່ອນມິດນັບມື້ນັບເພີ່ມຂຶ້ນ, ບົດບາດຂອງ ພັກ-ລັດເຮົາ ໄດ້ຮັບການຍົກສູງໃນເວທີພາກພື້ນ ແລະ ສາກົນ.
ຫຼັງຈາກສຳເລັດວາລະກອງປະຊຸມດັ່ງກ່າວຂ້າງເທິງ, ກໍ່ໄດ້ມີການສືບຕໍ່ຈັດ ພິທີປະກາດພະນັກງານອອກພັກການ-ຮັບອຸດໜູນບຳນານ, ເລື່ອນຕຳແໜ່ງບໍລິຫານ ແລະ ມອບໃບຍ້ອງຍໍ ປະຈຳປີ 2025. ໂດຍ ສະຫາຍ ເກີລໍ່ ຢາງກໍ່, ຫົວໜ້າກົມຈັດຕັ້ງ-ພະນັກງານ ຂອງ ຄຕພ ໄດ້ຂຶ້ນຜ່ານ ຂໍ້ຕົກລົງ ວ່າດ້ວຍ ການອະນຸມັດໃຫ້ພະນັກງານອອກພັກຜ່ອນຮັບອຸດໜູນ-ບຳນານ ຈຳນວນ 3 ສະຫາຍ, ເລື່ອນຕຳແໜ່ງບໍລິຫານຂັ້ນຮອງຫົວໜ້າກົມ ຈຳນວນ 1 ສະຫາຍ ແລະ ມອບໃບຍ້ອງຍໍໃຫ້ພະນັກງານພາຍໃນ ຄຕພ ຜູ້ທີ່ມີຜົນງານດີເດັ່ນຈຳນວນໜຶ່ງ. ໃນໂອກາດນີ້, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ຕີລາຄາສູງຕໍ່ບັນດາພະນັກງານທີ່ອອກພັກ ຜ່ອນຮັບອຸດໜູນ-ບຳນານ ເຊິ່ງໄດ້ສຳເລັດການເຮັດໜ້າທີ່ການເມືອງຂອງຕົນໄດ້ຢ່າງສົມບູນ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ພະ ນັກງານທີ່ໄດ້ຮັບການເລື່ອນຕຳແໜ່ງ ເຊິ່ງຖືເປັນການໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຢ່າງສູງຈາກຄະນະພັກ-ຄະນະນຳ ຄຕພ ໃຫ້ປະຕິບັດໜ້າທີ່ສຳຄັນ. ພ້ອມດຽວກັນນີ້, ກໍໄດ້ມີຄໍາເຫັນຊີ້ນໍາໃຫ້ພະນັກງານ-ສະມາຊິກພັກ ຂອງ ຄຕພ ສຸມໃສ່ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກ ປປ ລາວ, ມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ຄຕພ, ແຜນພັດທະນາຂອງ ຄຕພ ແຕ່ປີ 2026-2030 ແລະ ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມນີ້, ກໍໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຈິດໃຈມານະບຸກບືນ, ຄວາມສາມັກຄີເປັນເອກະພາບພາຍໃນ ຈະເຮັດໃຫ້ການປະຕິບັດໜ້າທີ່ ຂອງ ຄຕພ ສືບຕໍ່ຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ, ສືບຕໍ່ສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ໂດຍຍຶດໝັ້ນແນວທາງການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະ ເໝີປາຍ ແລະ ປະຕິບັດນະໂຍບາຍເປີດກວ້າງການພົວພັນຮ່ວມມືແບບຫຼາຍທິດ, ຫຼາຍຝ່າຍ ແລະ ຫຼາຍຮູບແບບ ຕາມທິດນຳ “ເພີ່ມມິດຫຼຸດຜ່ອນສັດຕູ”.
03/02/2026 20:54:42
03/02/2026 14:39:33
30/01/2026 15:44:29
30/01/2026 14:16:41
29/01/2026 09:14:39
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
16/03/2022 08:33:46
12/07/2023 14:43:30
