ຄະນະຜູ້ແທນ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂໍ່ານັບ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ
ເຜີຍແຜ່ໂດຍ: moderator ເວລາ: 04/06/2025 16:48:11 ຈຳນວນຢ້ຽມຊົມ 62 ຄັ້ງ ໃນຕອນເຊົ້າຂອງວັນທີ 3/6/2025, ສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການ ຫົວໜ້າຄະນະພົວ ພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ເຈີນເກີ້ມຕູ້, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ. ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມພາກພູມໃຈ ແລະ ປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ນໍາພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ເປັນຄັ້ງທໍາອິດໃນຖານະຕໍາແໜ່ງ ຮັກສາການ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕາມການເຊື້ອເຊີນຂອງ ສະຫາຍ ບຸຍແທງເຊີນ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ; ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ສະຫາຍ ເຈີນເກີ້ມຕູ້ ທີ່ໄດ້ສະຫຼະເວລາອັນມີຄ່າ ຕ້ອນຮັບຄະນະເຂົ້າຢ້ຽມຂໍ່ານັບ ເຊິ່ງເຕັມໄປດ້ວຍຄວາມອັນອົບອຸ່ນ, ສະໜິດສະໜົມ, ຄວາມສາມັກຄີພິເສດ ຖານສະຫາຍອ້າຍນ້ອງ; ໄດ້ ນໍາເອົາຄວາມຢື້ຢາມຖາມຂ່າວຂອງ ສະຫາຍ ບຸນທອງ ຈິດມະນີ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ມາຍັງ ສະຫາຍ ເຈີນເກີ້ມຕູ້; ແຈ້ງໃຫ້ຊາບກ່ຽວກັບໝາກຜົນຂອງການພົບປະສອງຝ່າຍ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ແລະ ກະຊວງການຕ່າງປະເທດຫວຽດນາມ ເຊິ່ງເປັນການພົບປະທາງການຄັ້ງທຳອິດ ພາຍຫຼັງທີ່ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໄດ້ຢຸດຕິການເຄື່ອນໄຫວ ແລະ ໂຮມເຂົ້າກັບ ກະຊວງການຕ່າງປະເທດຫວຽດນາມ.
ສະຫາຍ ເຈີນເກີ້ມຕູ້ ໄດ້ຕີລາຄາສູງຕໍ່ການຢ້ຽມ ສສ ຫວຽດນາມ ຂອງ ສະຫາຍ ບຸນເຫຼືອ ບັນດານຸວົງ ພ້ອມດ້ວຍຄະນະ ແລະ ຕີລາຄາສູງຕໍ່ໝາກຜົນຂອງການພົບປະສອງຝ່າຍ ເຊິ່ງຈະເປັນການປະກອບສ່ວນເຂົ້າໃນການ ເພີ່ມທະວີສາຍພົວພັນພິເສດ ລາວ-ຫວຽດນາມ ກໍຄື ການພົວພັນຮ່ວມມືລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ກະຊວງການຕ່າງປະເທດຫວຽດນາມ; ຕີລາຄາສູງຕໍ່ຜົນສໍາເລັດທີ່ ພັກ, ລັດ ປະຊາຊົນລາວ ຍາດມາໄດ້ໃນການດໍາເນີນການປ່ຽນແປງໃໝ່ ຕະຫຼອດໄລຍະຜ່ານມາ; ສະແດງຄວາມເຫັນໃຈ ແລະ ຂໍແບ່ງປັນຄວາມຫຍຸ້ງຍາກທີ່ ສປປ ລາວ ພວມປະເຊີນໜ້າຢູ່ ແລະ ຫວັງຢ່າງຍິ່ງວ່າ ພັກ, ລັດ ແລະ ປະຊາຊົນລາວ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອຂອງຕົນ ແລະ ສາມາດແກ້ໄຂຄວາມຫຍຸ້ງຍາກຕ່າງໆ, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ສໍາເລັດຜົນ, ສືບຕໍ່ດໍາເນີນກອງປະຊຸມໃຫຍ່ຂັ້ນຕ່າງໆ ເພື່ອກ້າວໄປສູ່ການດໍາເນີນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢ່າງມີໄຊ. ພ້ອມນັ້ນ, ກໍ່ໄດ້ຊີ້ນໍາໃຫ້ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ແລະ ກະຊວງການຕ່າງປະເທດຫວຽດນາມ ເພີ່ມທະວີການປະສານສົມທົບຢ່າງແໜ້ນແຟ້ນ ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍ ຂອງແຕ່ລະພັກ, ແຕ່ລະປະເທດ, ພິເສດແມ່ນໝາກຜົນຂອງການຢ້ຽມຢາມຂອງບັນດາສະຫາຍາຍການນໍາຂອງທັງສອງປະເທດ; ແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ ເປັນປະຈໍາກ່ຽວກັບວຽກງານກໍ່ສ້າງພັກ ເພື່ອກະກຽມດໍາເນີນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ແລະ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໃຫ້ສໍາເລັດຜົນ; ກະກຽມໃຫ້ແກ່ການພົບປະລະຫວ່າງການນໍາຂັ້ນສູງຂອງສອງພັກ ໃນທ້າຍປີ 2025 ຢູ່ລາວ ກໍຄື ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນໍາຂັ້ນສູງຂອງ ສອງພັກ, ສອງລັດ ຢ່າງມີປະສິດທິຜົນ; ຫວັງວ່າ ສອງຝ່າຍ ຈະປະສານສົມທົບກັນຢ່າງແໜ້ນແຟ້ນ ໃນການຈັດຕັ້ງປະຕິບັດບັນດາໜ້າທີ່ວຽກງານທີ່ ພັກ, ລັດ ຂອງທັງສອງປະເທດ ມອບໝາຍໃຫ້ສໍາເລັດຜົນເປັນຢ່າງດີ.
ໃນຕອນບ່າຍຂອງວັນດຽວກັນ, ສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການ ຫົວໜ້າຄະນະພົວພັນຕ່າງ ປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ກໍ່ໄດ້ສືບຕໍ່ຢ້ຽາຢາມ ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ເຊິ່ງໄດ້ພົບປະກັບ ສະຫາຍ ຮສຈ.ປອ ຫງວຽນຢຸຍບັກ, ຮອງຫົວໜ້າຜູ້ປະຈໍາການ ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ແລະ ສົນທະນາກັບ ບັນດາພະນັກງານການນໍາ, ອາຈານສອນ, ນັກສຶກສາລາວ ແລະ ຫວຽດນາມ ກ່ຽວກັບ ສາຍພົວພັນພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ. ພ້ອມດຽວກັນນັ້ນ, ກໍ່ໄດ້ຢ້ຽມຢາມແຂວງຫ້າຍເຢືອງ ໂດຍໄດ້ພົບປະກັບ ສະຫາຍ ເຈີນດຶກຖັງ, ກໍາມະການສູນກາງພັກ, ເລຂາພັກແຂວງຫ້າຍເຢືອງ ພ້ອມດ້ວຍ ຄະນະພັກ, ຄະນະນໍາ, ອົງການຂອງພັກ ແລະ ພະແນກການຂອງແຂວງຫ້າຍເຢືອງ; ຢ້ຽມຢາມບາງພື້ນຖານການຜະລິດ ແລະ ສະຖານທີ່ທາງວັດທະນະນໍາ ຂອງແຂວງຫ້າຍເຢືອງ.
01/07/2025 14:42:06
01/07/2025 14:40:24
16/06/2025 13:59:37
16/06/2025 13:58:03
16/06/2025 08:55:21
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
12/07/2023 14:43:30
02/02/2023 10:46:44
04/04/2023 15:42:25
16/03/2022 08:33:46