ຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບ ຄວາມໝັ້ນຄົງໃນພາກພື້ນເອີຣົບ-ອາຊີ.
ເຜີຍແຜ່ໂດຍ: moderator ເວລາ: 04/06/2025 09:47:43 ຈຳນວນຢ້ຽມຊົມ 85 ຄັ້ງ ໂດຍໄດ້ຮັບການມອບໝາຍຈາກຄະນະພັກຂັ້ນເທິງ ແລະ ຕອບສະໜອງການເຊື້ອເຊີນຂອງພັກຣັດເຊຍເອກະພາບ, ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ທອງດົມ ອິນທະພົນ, ຮອງຫົວໜ້າກົມຄົ້ນຄວ້າ ແລະ ພົວພັນຫຼາຍຝ່າຍ, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບ ຄວາມໝັ້ນຄົງໃນພາກພື້ນເອີຣົບ-ອາຊີ ທີ່ເມືອງເປີມ, ສະຫະພັນຣັດເຊຍ ໃນລະຫວ່າງວັນທີ 28-30 ພຶດສະພາ 2025 ໂດຍການເປັນເຈົ້າພາບຂອງພັກຣັດເຊຍເອກະພາບ, ເຊິ່ງມີຜູ້ແທນຈາກບັນດາພັກການເມືອງຈາກພາກພື້ນເອີຣົບ ແລະ ອາຊີ, ບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ຜູ້ຊ່ຽວຊານ ຫຼາຍກວ່າ 120 ທ່ານ ເຂົ້າຮ່ວມ.
ກອງປະຊຸມສາກົນ ກ່ຽວກັບ ຄວາມໝັ້ນຄົງໃນພາກພື້ນເອີຣົບ-ອາຊີ ແມ່ນຂອບກອງປະຊຸມໜຶ່ງເພື່ອສະໜັບສະໜຸນຂໍ້ລິເລີ່ມຂອງທ່ານປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ ໃນການສ້າງໂຄງສ້າງຄວາມໝັ້ນຄົງທີ່ເທົ່າທຽມ ແລະ ບໍ່ສາ ມາດຕັດແຍກອອກຈາກກັນໄດ້ ໂດຍໄດ້ເຕົ້າໂຮມບັນດາພັກການເມືອງໃນພາກພື້ນເອີຣົບ-ອາຊີ ເພື່ອລົງເລິກແລກປ່ຽນ ແລະ ປຶກສາຫາລື ກ່ຽວກັບ ຄວາມໝັ້ນຄົງໃນດ້ານຕ່າງໆ ແລະ ບັນຫາເພື່ອສັນຕິພາບໃນໂລກ, ເສີມຂະຫຍາຍສາຍພົວພັນຢ່າງ ຮອບດ້ານ, ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ເທົ່າທຽມກັນ ແລະ ການພັດທະນາຂອງພາກພື້ນເອີຣົບ-ອາຊີ.
ກອງປະຊຸມໄດ້ດໍາເນີນໄປພາຍໃຕ້ບັນຍາກາດທີ່ຟົດຟື້ນ ໂດຍມີການປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນນໍາກັນຢ່າງກວ້າງຂວາງ ເຊິ່ງບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ຕີລາຄາສູງ ແລະ ຊົມເຊີຍຕໍ່ການເປັນເຈົ້າພາບຂອງພັກຣັດເຊຍເອກະພາບ; ຍົກໃຫ້ເຫັນບົດບາດຄວາມສໍາຄັນໃນການນໍາພາ ຂອງພັກການເມືອງ ກໍຄື ການສ້າງກົນໄກໃໝ່ ໃນການເສີມສ້າງສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນເອີຣົບ-ອາຊີ, ການຮ່ວມມືເຊິ່ງກັນແລະກັນ ລະຫວ່າງ ພັກການເມືອງໃນດ້ານຕ່າງໆ ອັນເປັນປັດໄຈສໍາຄັນ ໃນການຂັບເຄື່ອນການພັດທະນາຂອງໂລກ ເພື່ອເສີມສ້າງສັນຕິພາບ ແລະ ຄວາມໝັ້ນຄົງທີ່ຍືນຍົງ; ພ້ອມກັນນັ້ນ, ກໍ່ໄດ້ຮຽກຮ້ອງໃຫ້ບັນດາພັກການເມືອງໃນພາກພື້ນເອີຣົບ-ອາຊີ ກໍຄື ບັນດາກຳລັງການເມືອງທີ່ຮັກຫອມສັນຕິພາບ ຍົກສູງບົດບາດຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການ, ເພີ່ມທະວີການປະກອບສ່ວນ ແລະ ການຮ່ວມມືໃນແຕ່ລະດ້ານ, ສະໜັບສະໜູນເຊິ່ງກັນ ແລະ ກັນ ບົນຫຼັກການຢູ່ຮ່ວມກັນໂດຍສັນຕິ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ກົນໄກກອງປະຊຸມເວທີປຶກສາຫາລືດັ່ງກ່າວ ຍັງເປັນໂອກາດສໍາຄັນໃນການເຕົ້າໂຮມກໍາລັງແຮງຂອງບັນດາພັກການເມືອງໃນພາກພື້ນເອີຣົບ-ອາຊີ, ເສີມສ້າງຄວາມເຂົ້າອົກເຂົ້າໃຈ ແລະ ເພີ່ມທະວີການຮ່ວມມື ເພື່ອປະ ກອບສ່ວນເຂົ້າໃນການສົ່ງເສີມການພັດທະນາ ແລະ ຄວາມໝັ້ນຄົງຂອງໂລກໃນຕໍ່ໜ້າ.
ໃນໂອກາດດັ່ງກ່າວ, ຄະນະຜູ້ແທນພັກ ປປ ລາວ ຍັງໄດ້ມີການພົບປະແລກປ່ຽນກັບບັນດາຄະນະຜູ້ແທນຈາກພັກເພື່ອນມິດຍຸດທະສາດອ້າຍນ້ອງ ເພື່ອຮັກສາຄວາມເປັນເອກະພາບ ແລະ ສະໜັບສະໜູນເຊິ່ງກັນແລະກັນ ໃນເວທີຫຼາຍຝ່າຍ ກໍຄື ຍົກສູງບົດບາດຂອງພັກ ປປ ລາວ ໃນເວທີພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຂອງໂລກ.
01/07/2025 14:42:06
01/07/2025 14:40:24
16/06/2025 13:59:37
16/06/2025 13:58:03
16/06/2025 08:55:21
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
12/07/2023 14:43:30
02/02/2023 10:46:44
04/04/2023 15:42:25
16/03/2022 08:33:46